ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ​ ສປ ຈີນ ສົ່ງ​ສານ​ຊົມເຊີຍ​ນາຍົກລັດຖະມົນຕີ​ຝຣັ່ງ ຄົນໃໝ່


     ສຳນັກ​ຂ່າວ​ຊີນ​ຮວາ ລາຍ​ງານ​ວັນ​ທີ 16 ມັງກອນ ນີ້, ທ່ານ ຫຼີ​ສຽງ ນາຍົກລັດຖະມົນຕີ ສປ ​ຈີນ ​ໄດ້​ສົ່ງ​ສານ​ໄປ​ຍັງ ​ທ່ານ ກາບ​ຣິ​
ເອວ ອັດ​ທາວ ເພື່ອ​ຊົມເຊີຍ​ທ່ານ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ດຳລົງ​ຕຳແໜ່ງ​ເປັນ​ນາຍົກລັດຖະມົນຕີ​ຝຣັ່ງ​ ຄົນ​ໃໝ່.

     ທ່ານ ຫຼີ​ສຽງ ກ່າວ​ວ່າ: ສປ ຈີນ ແລະ ຝຣັ່ງ ​ແມ່ນ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນ ຄົງ​ອົງການ​ສະຫະ​ປະຊາ​ຊາດ ແລະ
ແມ່ນ​ປະເທດ​ໃຫຍ່​ທີ່​ມີ​ມູນ ເຊື້ອ​ທີ່​ເປັນ​ເອກະລາດ ແລະ ເປັນ​ເຈົ້າ​ຕົນ​ເອງ. ໃນ​ຊຸມ​ປີຜ່ານມາ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ດ້ານ​ ຍຸດ​ທະ
​ສາດ​ຂອງ​ປະມຸກ​ລັດ​ສອງ​ປະເທດ, ການ​ພົວພັນ ສປ ​ຈີນ-ຝຣັ່ງ​ ໄດ້​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໜັກ​ແໜ້ນ ເຊິ່ງ​ໄດ້​ສ້າງ​ຄວາມ​ໝັ້ນຄົງ​ອັນ​ລ້ຳ​ຄ່າ
​ໃຫ້​ແກ່​ໂລກ​ທີ່​ສັບສົນ​ວຸ້ນວາຍ. ປີ​ນີ້​ແມ່ນ​ປີ​ທີ່ ​ຈີນ-ຝຣັ່ງ ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ ຄົບຮອບ 60 ປີ, ການ​ພົວພັນ​ລະຫວ່າງ​ສອງ
​ປະເທດ​ໄດ້​ກ້າວ​ໄປ​ສູ່​ຂະ​ບວນ​ການ​ອັນ​ໃໝ່​ແຫ່ງ​ການ​ສືບ​ທອດ​ອະດີດ ແລະ ສືບຕໍ່​ກ້າວ​ໄປ​ສູ່​ອະນາຄົດ.

     ຂ້າພະເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ ​ເພື່ອ​ເພີ່ມ​ພະລັງ​ຊີວິດ​ອັນ​ໃໝ່​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ແລກປ່ຽນ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​
ປະເທດ​ໃນ​ຂົງເຂດ​ຕ່າງໆ, ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ສປ ​ຈີນ-ຝຣັ່ງ ທີ່​ໝັ້ນຄົງ,
ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ, ມີ​ລັກສະນະ​ບຸກເບີກ ແລະ ກ້າວໜ້າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/01/2024